ສິ່ງແວດລ້ອມ ແລະ ສັງຄົມ

ການຄຸ້ມຄອງປ່າຕົ້ນນຳ້

ການຄຸ້ມຄອງປ່າຕົ້ນນ້ຳ

 

ລັດຖະບານລາວ ໄດ້ຮັບຮູ້ມາດົນແລ້ວວ່າ ພາກລັດບໍ່ມີພະນັກງານທີ່ພຽງພໍ ຫຼື ບໍ່ມີຊັບພະຍາກອນການເງິນເພື່ອປ້ອງກັນການເຊື່ອມໂຊມຂອງຊັບພະຍາກອນປ່າໄມ້ ແລະ ສັດປ່າ ທີ່ອາດຈະເກີດຂຶ້ນໃນອະນາຄົດ ຈາກກິດຈະກຳຂອງມະນຸດທີ່ບໍ່ໄດ້ຮັບການຄວບຄຸມ ໃນເຂດໂຄງການ. ລັດຖະບານເຫັນວ່າ ການຈັດຕັ້ງປະຕິບັດໂຄງການ ເປັນວິທີການໜຶ່ງທີ່ຈະຮັກສາຊັບພະຍາກອນເຫຼົ່ານີ້ ແລະ ຈັດຕັ້ງປະຕິບັດແຜນປົກປັກຮັກສາ ແລະ ອະນຸລັກສິ່ງແວດລ້ອມ.


ໂຄງການໄດ້ປະກອບສ່ວນທຶນຮອນໂດຍກົງ ຈຳນວນ 1 ລ້ານໂດລາສະຫະລັດຕໍ່ປີ ໃນແຕ່ລະປີ ຕະຫຼອດ 25 ປີ ພາຍຫລັງມື້ຂາຍໄຟຟ້າຢ່າງເປັນທາງການ ເພື່ອໃຫ້ການສະໜັບສະໜູນການດຳເນີນການ ຂອງ ແລະ ສະໜອງການຄຸ້ມຄອງດ້ານວິຊາການ ໃຫ້ແກ່ ອົງການຄຸ້ມຄອງ ແລະ ປົກປັກຮັກສາແຫຼ່ງນ້ຳ ນ້ຳເທີນ 2 (“WMPA”), ທີ່ເປັນໜ່ວຍງານຂອງລັດທີ່ຕັ້ງຂຶ້ນມາເພື່ອຈຸດປະສົງສະເພາະ ພາຍໃຕ້ຂໍ້ຕົກລົງຂອງຫ້ອງການນາຍົກລັດຖະມົນຕີ ໃຫ້ມີໜ້າທີ່ຮັບຜິດຊອບໃນການຄຸ້ມຄອງເຂດອະນຸລັກລຸ່ມນ້ຳຂອງໂຄງການ. ທຶນເພີ່ມເຕີມຈຳນວນ 6.5 ລ້ານໂດລາສະຫະລັດ ໄດ້ຮັບການປະກອບໃສ່ໃນໄລຍະການກໍ່ສ້າງ. ແຜນອະນຸລັກລະອຽດ ແມ່ນໄດ້ກຳນົດໄວ້ໃນ ກອບແຜນຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ແລະ ແຜນປະຕິບັດງານ (SEMFOP).


ການອະນຸລັກແມ່ນຈຸດປະສົງຫຼັກຂອງການຄຸ້ມຄອງປ່າສະຫງວນແຫ່ງຊາດ ແລະ ການພັດທະນາຊີວິດການເປັນຢູ່ຂອງຊາວບ້ານ ແລະ ຊຸມຊົນ ແມ່ນວິທີທາງທີ່ສຳຄັນ ເຊິ່ງຈະຊ່ວຍໃຫ້ບັນລຸຈຸດປະສົງດັ່ງກ່າວໄດ້. ທຸກໆກິດຈະກຳການພັດທະນາ ໄດ້ຮັບການເຊື່ອມສານຢ່າງເຕັມສ່ວນເຂົ້າໃນການອະນຸລັກ. ກ່ຽວກັບປະເດັນດັ່ງກ່າວນີ້, ຜູ້ຈັດການ ປ່າສະຫງວນແຫ່ງຊາດ ແລະ ຊາວບ້ານ ແມ່ນເຮັດວຽກໃນການລະບຸໃຫ້ຊັດເຈນວ່າ ບົດສະເໜີການພັດທະນາແຕ່ລະຢ່າງ ຈະສ້າງປະໂຫຍດໃນໄລຍະຍາວຕໍ່ແຜນງານອະນຸລັກສຳລັບຂົງເຂດດັ່ງກ່າວໄດ້ແນວໃດ. ຄວາມເປັນຫ່ວງຂອງເຈົ້າໜ້າທີ່ ແມ່ນຍັງສືບຕໍ່ເອົາໃຈໃສ່ເນັ້ນໜັກໃສ່ການຄ້າຂາຍສັດປ່າ, ແລະ ເນັ້ນໜັກເປັນພິເສດ ກ່ຽວກັບການໃຫ້ຄວາມຮູ້ແກ່ປະຊົນທ້ອງຖິນ ຕໍ່ກັບບັນຫາດັ່ງກ່າວເຫຼົ່ານີ້. ຊາວບ້ານໄດ້ກຳນົດໃນໄລຍະການປຶກສາຫາລືໃນໄລຍະຜ່ານມາວ່າ ການວາງກົດລະບຽບໃນເຂດອະນຸລັກ ຄວນຈະເລີ່ມຕົ້ນຈາກລະດັບບ້ານ - ເຖິງແມ່ນວ່າຄູ່ມືແນະນຳ ແລະ ລະບຽບການ ກ່ຽວກັບການອະນຸລັກ ໃນລະດັບປະເທດ ແລະ ລະດັບສາກົນ ແມ່ນຈະສະໜອງກອບວຽກໂດຍລວມດັ່ງກ່າວ.


ຄະນະບໍລິຫານຂອງເຂດພື້ນທີ່ດັ່ງກ່າວ ແມ່ນອີງໃສ່ເປົ້າໝາຍການເຊື່ອມສານເປົ້າໝາຍການອະນຸລັກ ກັບກິດຈະກຳການພັດທະນາຕ່າງໆ. ອັນນີ້ໝາຍຄວາມວ່າ ເຂດພື້ນທີ່ບາງສ່ວນສະເພາະໃນ ປ່າສະຫງວນແຫ່ງຊາດ ໄດ້ຮັບການແບ່ງສັນໃຫ້ເປັນເຂດປົກປ້ອງຢ່າງເດັດຂາດ, ໃນຂະນະທີ່ພື້ນທີ່ສ່ວນອື່ນໆ ໄດ້ຮັບການອະນຸຍາດໃຫ້ນຳໃຊ້ທີ່ດິນ ເພື່ອການຜະລິດກະສິກຳ ຫຼື ການພັດທະນາອື່ນໆ ໂດຍມີການຄວບຄຸມ. ນອກຈາກນັ້ນ, ຊາວບ້ານ ໄດ້ເຂົ້າຮ່ວມຢ່າງເຕັມສ່ວນໃນການຄຸ້ມຄອງເຂດຊີວະນາໆພັນ ແລະ ລະບົບການປູກຝັງ ແລະ ດຳລົງຊີວິດ ແມ່ນມີຄວາມສົມດຸນກັບທຳມະຊາດອ້ອມຂ້າງ.

ND 2